Chi tiết tin - Sở Ngoại vụ
ພິທີເປີດຊູດຝຶກອົບຮົມໃຫ້ແກ່ພະນັກງານກອງເລຂາຄະນະກຳມະການ ຊາຍແດນລາວ-ຫວຽດນາມ ທີ່ແຂວງສະວັນນະເຂດ ແລະແຂວງຄຳມ່ວນ, ສປປ ລາວ
ໃນຕອນເຊົ້າຂອງວັນທີ 18 ພະຈິກ 2025, ຄະນະກຳມະການຊາຍແດນແຂວງກວາງຈິ ໄດ້ຈັດຕັ້ງພິທີເປີດຊູດຝຶກອົບຮົມກ່ຽວກັບວຽກງານຊາຍແດນໃຫ້ແກ່ພະນັກງານກອງເລຂາຄະນະກຳມະການ ຊາຍແດນລາວ-ຫວຽດນາມ ທີ່ແຂວງສະວັນນະເຂດ ແລະແຂວງຄຳມ່ວນ, ສປປ ລາວ.
ເຂົ້າຮ່ວມພິທີເປີດ, ຝ່າຍແຂວງກວາງຈິ້ ມີສະຫາຍ ເຈິ່ນ ຫງອກ ເລີນ - ຫົວໜ້າພະເເນກການຕ່າງປະເທດ, ຮອງຫົວໜ້າຄະນະປະຈຳຄະນະກຳມະການຊາຍແດນແຂວງ; ສະຫາຍ ຫງວຽນ ວຽດ ແອ້ງ - ຮອງຫົວໜ້າບັນຊາການຕຳຫຼວດແຂວງ; ສະຫາຍ ດັງ ວັນ ຮວ່າງ - ຮອງຫົວໜ້າກອງບັນຊາການທະຫານຊາຍແດນແຂວງ; ແລະ ຜູ້ຕາງໜ້າການນຳຂອງພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງ. ຝ່າຍ ສປປ ລາວ, ມີຄະນະພະນັກງານກອງເລຂາຄະນະກຳມະການ ຊາຍແດນລາວ-ຫວຽດນາມ ທີ່ແຂວງສະວັນນະເຂດ ແລະແຂວງຄຳມ່ວນເຂົ້າຮ່ວມການຝຶກອົບຮົມດັ່ງກ່າວ.

ຮູບ: ບັນດາຜູ້ແທນເຂົ້າຮ່ວມພິທີເປີດ
ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຕັ້ງບົນພື້ນຖານການປະຕິບັດເນື້ອໃນບົດບັນທຶກກອງປະຊຸມປີ 2024 ລະຫວ່າງຄະນະຜູ້ແທນຊາຍແດນແຂວງກວາງຈິ ແລະ ແຂວງສະວັນນະເຂດ, ຄຳມ່ວນ; ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງສອງແຂວງໃນການເພີ່ມທະວີປະສານສົມທົບ, ຍົກສູງຄວາມສາມາດໃນການປະຕິບັດໜ້າທີ່ຊາຍແດນ, ພ້ອມທັງປະກອບສ່ວນປັບປຸງເຂົ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີພິເສດລະຫວ່າງຫວຽດນາມ ແລະ ລາວ.
ໃນຄຳປາໄສພິທີເປີດ, ທ່ານ ເຈິ່ນ ຫງອກ ເລີນ - ຫົວໜ້າພະເເນການຕ່າງປະເທດ, , ຮອງຫົວໜ້າຄະນະປະຈຳຄະນະກຳມະການຊາຍແດນແຂວງ ໄດ້ເນັ້ນໜັກວ່າ: ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ ແມ່ນຊັບສົມບັດທີ່ລ້ຳຄ່າ ເຊິ່ງຜູ້ນຳ ແລະ ປະຊາຊົນສອງປະເທດໄດ້ອອກເຫື່ອເທແຮງ. ໂດຍສະເພາະ, ການຮ່ວມມືໃນວຽກງານຊາຍແດນບໍ່ພຽງແຕ່ເປັນໜ້າທີ່ການເມືອງທີ່ສຳຄັນໂດຍສະເພາະເທົ່ານັ້ນ ແຕ່ຍັງເປັນການຮ່ວມເຂົ້າກັນປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີ, ມິດຕະພາບ, ຮັກສາຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍ, ສົ່ງເສີມການພັດທະນາເສດຖະກິດ-ສັງຄົມໃນເຂດຊາຍແດນ. ການກໍ່ສ້າງຊາຍແດນລະຫວ່າງແຂວງກວາງຈິ ແລະ ແຂວງເພື່ອນບ້ານຂອງລາວໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາເຊິ່ງກັນແລະກັນ. ຊຸດຝຶກອົບຮົມນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເພື່ອຍົກສູງຄວາມສາມາດດ້ານວິຊາຊີບ, ອັບເດດຄວາມຮູ້ ແລະ ແລກປ່ຽນບົດຮຽນໃນການຄຸ້ມຄອງ, ການປະສານງານ ແລະ ການແກ້ໄຂບັນຫາທີ່ກ່ຽວຂ້ອງກັບວຽກງານຊາຍແດນລະຫວ່າງແຂວງກວາງຈິ ແລະ ສອງແຂວງຄື ແຂວງສະວັນນະເຂດ ແລະ ຄຳມ່ວນ.

ຮູບ: ສະຫາຍ ເຈິ່ນ ຫງອກ ເລີນ - ຫົວໜ້າພະເເນກການຕ່າງປະເທດ, ຮອງຫົວໜ້າຄະນະປະຈຳຄະນະກຳມະການຊາຍແດນແຂວງ
ພິທີເປີດດັ່ງກ່າວມີພະນັກງານເຂົ້າຮ່ວມ 32 ຄົນຈາກກອງເລຂາຄະນະກຳມະການ ຊາຍແດນແຂວງສະວັນນະເຂດ ແລະ ແຂວງຄຳມ່ວນ - ພະນັກງານທີ່ດຳລົງຕຳແໜ່ງຜູ້ນຳໃນລະດັບຫ້ອງຂອງພະເເນກ ແລະ ເມືອງ. ນີ້ແມ່ນຊຸດຝຶກອົບຮົມຄັ້ງທຳອິດທີ່ຈັດໂດຍຄະນະກຳມະການຊາຍແດນແຂວງກວາງຈິໃຫ້ເເກ່ກອງເລຂາຂອງແຂວງສະວັນນະເຂດ ແລະ ແຂວງຄຳມ່ວນ , ເຊິ່ງໄດ້ຈັດຕັ້ງປະຕິບັດໃນເວລາ 5 ມື້ ແລະ ການສອນດ້ວຍພາສາຫວຽດນາມຜ່ານການພາສາ.

ຮູບ: ຖ່າຍຮູບເປັນທີ່ລະນຶກ
ພິທີເປີດໄດ້ດຳເນີນໄປໃນບັນຍາກາດທີ່ສະຫງ່າງາມ, ເຕັມໄປດ້ວຍຄວາມມິດຕະພາບລະຫວ່າງຫວຽດນາມ ແລະ ລາວ. ຊຸດຝຶກອົບຮົມດັ່ງກ່າວຫວັງວ່າຈະປະກອບສ່ວນຢ່າງແທດກັບຕົວຈິງເຂົ້າໃນການຍົກສູງປະສິດທິພາບຂອງວຽກງານຊາຍແດນ, ເພີ່ມທະວີຄວາມຮູ້, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງບັນດາອົງການປະຕິບັດໜ້າທີ່ຂອງແຂວງກວາງຈິ ແລະ ແຂວງຂອງລາວໃນໄລຍະຕໍ່ໄປ./.
- Training Course Launched for the Secretarial Teams of the Laos - Vietnam Border Affairs Steering Committees from Savannakhet and Khammouane Provinces, Lao PDR (18/11/2025)
- Vietnamese Community in Laos Donates Over VND 700 Million for Flood Relief (18/11/2025)
- Cộng đồng người Việt Nam tại Lào góp hơn 700 triệu đồng ủng hộ đồng bào chịu ảnh hưởng bão lũ (18/11/2025)
- Các địa phương Lào hỗ trợ Quảng Trị 500 triệu đồng khắc phục thiệt hại bão lũ (18/11/2025)
- Lao Provinces Pledge VND 500 Million to Aid Quang Tri Flood Recovery (18/11/2025)
- Khai giảng Lớp tập huấn cho Tổ Thư ký Ban Chỉ đạo công tác biên giới Lào - Việt Nam tỉnh Sạ Vẳn Nạ Khệt và Khăm Muồn, nước CHDCND Lào (18/11/2025)
- Cải thiện, nâng cao mức độ hoàn thành nhiệm vụ của Sở Ngoại vụ tỉnh Quảng Trị (18/11/2025)
- Cultural Diplomacy: Driving Quang Tri’s Rise on the Global Stage (18/11/2025)
- Ngoại giao văn hóa, động lực kiến tạo vị thế mới cho Quảng Trị (16/11/2025)
- Sở Ngoại vụ Quảng Trị chủ động triển khai, tăng cường công tác thi hành pháp luật năm 2025 (12/11/2025)


